ການປ່ຽນແປງທີ່ສໍາຄັນຕໍ່ກັບຂັ້ນຕອນການຊໍາລະຈຳນວນທີ່ເປັນຄວາມຮັບຜິດຊອບຂອງລູກຄ້າ 
ວິທີການຈ້າງງານ ແລະ ການຈ່າຍເງິນໃຫ້ທ່ານ ໃນນາມເປັນຜູ້ໃຫ້ບໍລິການສ່ວນບຸກຄົນ (IP) 
ຈະມາເປັນ ໂຄງການຜູ້ບໍລິໂພກເປັນຜູ້ຄວບຄຸມນາຍຈ້າງ (CDE) ຂອງບັນດາ IP ທຸກຄົນ.

ເມື່ອທ່ານໄດ້ເຂົ້າເປັນພະນັກງານຂອງ CDWA 
ແລ້ວ, ທ່ານຈະບໍ່ໄດ້ເກັບເອົາ ຈຳນວນທີ່ເປັນຄວາມຮັບຜິດຊອບຂອງລູກຄ້າ (ທີ່ເອີ້ນກັນວ່າ 
ການມີສ່ວນຮ່ວມ) ຈາກລູກຄ້າອີກຕໍ່ໄປແລ້ວ. 
ລູກຄ້າຈະຈ່າຍຈຳນວນທີ່ເປັນຄວາມຮັບຜິດຊອບຂອງລູກຄ້າ ໃຫ້ແກ່ CDWA ໂດຍກົງ. 
ທ່ານຈະໄດ້ຮັບຄ່າຈ້າງຈາກ CDWA ສໍາລັບຈຳນວນຊົ່ວໂມງທີ່ໄດ້ຮັບການອະນຸຍາດທັງໝົດ 
ທີ່ໄດ້ເຮັດວຽກ ແລະ ໄດ້ສົ່ງມາ.

ເມື່ອທ່ານໄດ້ມາສົ່ງເວລາເຮັດວຽກໃຫ້ແກ່ CDWA ແລ້ວ, ມັນເປັນສິ່ງສຳຄັນທີ່ວ່າ 
ທ່ານຈະບໍ່ໄດ້ຮັບຈຳນວນທີ່ເປັນຄວາມຮັບຜິດຊອບຂອງລູກຄ້າ ຈາກລູກຄ້າອີກຕໍ່ໄປແລ້ວ. 
ຖ້າລູກຄ້າຂອງທ່ານພະຍາຍາມຈະຈ່າຍ ຈຳນວນທີ່ເປັນຄວາມຮັບຜິດຊອບຂອງລູກຄ້າ 
ໃຫ້ແກ່ທ່ານໂດຍກົງ, ທ່ານຈະຕ້ອງປະຕິເສດ. ຖ້າເຫດການນີ້ເກີດຂຶ້ນ, 
ກະລຸນາບອກໃຫ້ລູກຄ້າຂອງທ່ານໂທຫາ CDWA ສໍາລັບຂໍ້ມູນເພີ່ມຕື່ມ 
ກ່ຽວກັບວິທີການຈ່າຍຈຳນວນທີ່ເປັນຄວາມຮັບຜິດຊອບຂອງລູກຄ້າ.
ຕິດຕໍ່ CDWA 
ອີເມວ: [email protected]
ໝາຍເລກໂທລະສັບໂທຟຼີ: 866-214-9899 
ເວັບໄຊ: www.ConsumerDirectWA.com
 
ເວລາເຂົ້າການຂອງພວກເຮົາແມ່ນ:
7 ໂມງເຊົ້າ - 7 ໂມງແລງ ແຕ່ວັນຈັນ ຫາ ວັນສຸກ
8 ໂມງເຊົ້າ - 1 ໂມງແລງ ໃນມື້ວັນເສົາ

ຮຽນຮູ້ເພີ່ມຕື່ມຢູ່ໃນການສຳມະນາທາງເວັບ 
ກ່ຽວກັບຈຳນວນທີ່ເປັນຄວາມຮັບຜິດຊອບຂອງລູກຄ້າ ທີ່ຈະຈັດຂຶ້ນໃນ ວັນພະຫັດ, ວັນທີ 
1/27/2022, ເວລາ 1:30 ໂມງທ່ຽງ PST.

ດ້ວຍຄວາມນັບຖື,  
ທີມງານເຄືອຂ່າຍການດູແລຜູ້ບໍລິໂພກໂດຍກົງແຫ່ງກຸງວໍຊິງຕັນ  
ການຊ່ວຍເຫຼືອເປັນພາສາ ແລະ ຮູບແບບອື່ນໆ ຂອງ CDWA
ສຳລັບຄົນຫູໜວກ ແລະ ຫູຕືງ: 877-398-7969