ລົງມືເຮັດເພື່ອເລີ່ມໄດ້ຮັບການຈ່າຍເງິນຈາກ CDWA ແທນ IPHOne
ຮຽນທ່ານ <IP Name> ທີ່ຮັກແພງ,

ອີງຕາມ DSHS, ບັນດາ IP ທັງໝົດຈະຫັນປ່ຽນໄປຮັບການຈ່າຍເງິນຈາກ 
ທີມງານເຄືອຂ່າຍການດູແລຜູ້ບໍລິໂພກໂດຍກົງແຫ່ງກຸງວໍຊິງຕັນ (CDWA) ແທນ IPHOne. 
ເລີ່ມຕັ້ງແຕ່ມື້ນີ້, ທ່ານສາມາດເລີ່ມການຫັນປ່ຽນໄປສູ່ CDWA ໄດ້ແລ້ວ.

ພາຍໃຕ້ໂຄງການຜູ້ບໍລິໂພກເປັນຜູ້ຄວບຄຸມນາຍຈ້າງ (CDE), ບັນດາຜູ້ໃຫ້ບໍລິການສ່ວນບຸກຄົນ 
(IP) ທັງໝົດ ຈະຖືກຫັນປ່ຽນຈາກການເຮັດສັນຍາກັບ ພະແນກບໍລິການສັງຄົມ ແລະ ສຸຂະພາບ 
(DSHS) ໄປເປັນການຈ້າງງານຈາກ CDWA. ບັນດາລູກຄ້າຂອງທ່ານ ຫຼື 
ຜູ້ຕາງໜ້າທີ່ໄດ້ຮັບອະນຸຍາດຂອງພວກເຂົາ ຈະສືບຕໍ່ເປັນນາຍຈ້າງຄຸ້ມຄອງຂອງທ່ານ. CDWA 
ຈະກາຍເປັນນາຍຈ້າງຕາມກົດໝາຍຂອງທ່ານ, 
ໝາຍຄວາມວ່າພວກເຮົາຈະຮັບຜິດຊອບຕໍ່ການວ່າຈ້າງ IP, ການຈ່າຍເງິນເດືອນ ແລະ 
ການຕິດຕາມກວດກາການໝົດອາຍຸຂອງຂໍ້ມູນປະຈໍາຕົວທັງໝົດ ເຊັ່ນ: ການກວດກາປະຫວັດ 
ແລະ ການຝຶກອົບຮົມ. ເມື່ອ CDWA ມາເປັນນາຍຈ້າງຕາມກົດໝາຍຂອງທ່ານແລ້ວ, 
ທ່ານຍັງຈະໄດ້ຮັບຄ່າແຮງງານ, ສະຫວັດດີການ ແລະ ເງື່ອນໄຂການເຮັດວຽກອື່ນໆທີ່ໄດ້ຮັບຈາກ 
ຂໍ້ຕົກລົງກ່ຽວກັບສະພາບການຈ້າງງານ (CBA) ໃນປັດຈຸບັນຂອງທ່ານ, ເວັ້ນເສຍແຕ່ CDWA ແລະ 
SEIU 775 ຈະມີການປ່ຽນແປງການຕໍ່ລອງລາຄາ.
ປະກອບເອກະສານການຈ້າງງານ ແລະ 
ການປະຖົມນິເທດກ່ຽວກັບການຈ້າງງານໃຫ້ສຳເລັດ.
  • ທ່ານຈະໄດ້ເຮັດຂັ້ນຕອນດັ່ງກ່າວໃຫ້ສຳເລັດທາງອອນລາຍ.
  • ທ່ານບໍ່ຈຳເປັນຕ້ອງເຮັດໃຫ້ສຳເລັດທຸກຂັ້ນຕອນໃນຄັ້ງດຽວ.
  • ທ່ານສາມາດບັນທຶກວຽກຂອງທ່ານໄວ້ໄດ້ຕາມທີ່ທ່ານໄດ້ເຮັດໄປແລ້ວ.
  • ທ່ານຈະໄດ້ຮັບເງິນ ສໍາລັບເວລາຂອງທ່ານທີ່ໃຊ້ມາເຮັດໃຫ້ສຳເລັດຂັ້ນຕອນການປະຖົມນິເທດດັ່ງກ່າວ.
  • ທ່ານຕ້ອງເຮັດໃຫ້ສໍາເລັດທຸກຂັ້ນຕອນທີ່ຈະໄດ້ຮັບການຈ່າຍເງິນ ເພື່ອໃຫ້ການດູແລເປັນພະນັກງານຂອງ CDWA.
ການເລີ່ມ​ຕົ້ນ.
ເພື່ອເລີ່ມຕົ້ນຂະບວນການ, ໃຫ້ປະຕິບັດຕາມບັນດາບາດກ້າວລຸ່ມນີ້.

ຜູ້ໃຊ້ສ່ວນໃຫຍ່ພົບວ່າ ຂັ້ນຕອນນີ້ຈະເຮັດໄດ້ງ່າຍທີ່ສຸດເມື່ອໃຊ້ Google Chrome ຫຼື Microsoft 
Edge ເປັນບຼາວເຊີອິນເຕີເນັດຂອງຕົນ.

CDWA ໄດ້ສ້າງບັນຊີປະຕູເວັບໄຊ DirectMyCare ໃຫ້ແກ່ທ່ານ ໂດຍໃຊ້ທີ່ຢູ່ອີເມວ 
ທີ່ທ່ານໄດ້ຮັບຂໍ້ຄວາມນີ້. ເຊິ່ງໄດ້ມີການຕັ້ງລະຫັດຜ່ານຊົ່ວຄາວໃຫ້ແກ່ທ່ານ. 
ທ່ານຈະຕ້ອງໄດ້ອັບເດດລະຫັດຜ່ານນີ້.

ສາມາດຊອກຫາຄໍາແນະນໍາຕ່າງໆ ທີ່ເປັນປະໂຫຍດໄດ້ທີ່ www.ConsumerDirectWA.com/IP-Resources

ບາດກ້າວທີ 1 – ເຂົ້າໄປຍັງປະຕູເວັບໄຊ DirectMyCare
  • ກົດບ່ອນນີ້ ເພື່ອອັບເດດລະຫັດຜ່ານ ປະຕູເວັບໄຊ DirectMyCare ຂອງທ່ານ.
  • ທ່ານຈະເຫັນໜ້າຈໍ ລົງຊື່ເຂົ້າສູ່ລະບົບ ທີ່ມີໂລໂກ້ CDWA ຢູ່ທາງເທິງ.
  • ກົດ “ອັບເດດລະຫັດຜ່ານ.”
  • ທ່ານຈະເຫັນໜ້າຈໍ “ສົ່ງລະຫັດການຢືນຢັນ”. ກົດ “ສົ່ງລະຫັດການຢືນຢັນ.”
  • ທ່ານຈະໄດ້ຮັບອີເມວແຍກຕ່າງຫາກຈາກ Microsoft ໃນນາມຂອງ B2C CDMS AAD. ເປີດອີເມວນີ້. ອີເມວນີ້ຈະມີລະຫັດຢືນຢັນຂອງທ່ານ. ຖ້າທ່ານບໍ່ໄດ້ຮັບອີເມວ, ກະລຸນາກວດເບິ່ງໂຟລ໌ເດີສະແປມຂອງທ່ານ.
  • ປ້ອນລະຫັດຢືນຢັນ ແລະ ກົດ “ຢືນຢັນລະຫັດ.”
  • ໜ້າຈໍຕໍ່ໄປທີ່ທ່ານເຫັນ ຈະບອກວ່າທີ່ຢູ່ອີເມວຂອງທ່ານໄດ້ຮັບການກວດສອບແລ້ວ. ກົດ “ສືບຕໍ່.”
  • ລະບົບຈະບອກໃຫ້ທ່ານເລືອກລະຫັດຜ່ານໃໝ່.
  • ຫຼັງຈາກເລືອກລະຫັດຜ່ານແລ້ວ, ທ່ານຈະໄດ້ຮັບການເຂົ້າສູ່ປະຕູເວັບໄຊ Direct DirectMyCare ໂດຍອັດຕະໂນມັດ.
ບາດກ້າວທີ 2 – ຕອບຄຳຖາມໃນປະຕູເວັບໄຊ DirectMyCare ໃຫ້ສຳເລັດ
  • ຄຳແນະນຳຕ່າງໆ ໃນການຕອບຄຳຖາມໃຫ້ຄົບຖ້ວນ ສາມາດຊອກເບິ່ງໄດ້ ຢູ່ບ່ອນີ້
ບາດກ້າວທີ 3 – ເຮັດໜ້າວຽກຕ່າງໆໃນການຈ້າງງານຂອງທ່ານໃຫ້ສຳເລັດ
  • ທ່ານຈະຕ້ອງມີ:
  • ບັນຊີທະນາຄານ ແລະ ໝາຍເລກເສັ້ນທາງຂອງທ່ານ, ຖ້າທ່ານຢາກຈະໃຫ້ຝາກເງິນເຂົ້າບັນຊີທະນາຄານຂອງທ່ານໂດຍກົງ. ຫຼື ບັນຊີ Wisely ແລະ ໝາຍເລກເສັ້ນທາງຂອງທ່ານ, ຖ້າໃນຕອນນີ້ທ່ານມີບັດ Wisely ຢູ່ແລ້ວ ແລະ ຕ້ອງການຮັກສາບັດໄວ້. ສໍາລັບວິທີການຊໍາລະທັງສອງແບບ, ໃຫ້ເລືອກການຝາກເງິນໂດຍກົງ ໃນເວລາທີ່ເລືອກການຊຳລະ ສຳລັບໜ້າວຽກການຈ້າງງານ. ພຽງແຕ່ເລືອກບັດ Wisely, ຖ້າທ່ານຢາກໄດ້ບັດ Wisely ແລະ ຍັງບໍ່ທັນມີບັດດັ່ງກ່າວ.
  • ໃບຂັບຂີ່ໃນປັດຈຸບັນຂອງທ່ານ, ຖ້າທ່ານຈະຂັບລົດໃຫ້ແກ່ລູກຄ້າຂອງທ່ານ.
  • ຫຼັກຖານຢັ້ງຢືນຄວາມສາມາດໃນການເຮັດວຽກຢູ່ໃນສະຫະລັດອາເມລິກາ ແລະ ບຸກຄົນໃດໜຶ່ງເພື່ອຊ່ວຍຢືນຢັນແບບຟອມ I-9 (ເຊິ່ງບຸກຄົນນີ້ອາດຈະເປັນລູກຄ້າຂອງທ່ານ ຫຼື ບຸກຄົນອື່ນໆ, ແຕ່ທ່ານບໍ່ສາມາດຢືນຢັນແບບຟອມ I-9 ດ້ວຍຕົນເອງ). ກົດ ບ່ອນນີ້ ສໍາລັບຂໍ້ມູນເພີ່ມຕື່ມ ກ່ຽວກັບຮູບແບບການລະບຸຕົວຕົນ ທີ່ທ່ານສາມາດນຳໃຊ້ໄດ້. 
ບາດກ້າວທີ 4 – ການປະຖົມນິເທດ ກ່ຽວກັບການຈ້າງງານແບບເປັນວິດີໂອຂອງ CDWA 
ແບບຈ່າຍເງິນເພີ່ມ
  • ເບິ່ງການປະຖົມນິເທດກ່ຽວກັບການຈ້າງງານແບບເປັນວິດີໂອຂອງ ທາງອອນລາຍ.
ບາດກ້າວທີ 5 – ຍື່ນກະເຮັດວຽກທົດລອງ
  • ບັນດາ IP ທີ່ພັກອາໄສຢູ່ນຳ ຈະສົ່ງກະເຮັດວຽກທົດລອງຢູ່ໃນປະຕູເວັບໄຊ Direct DirectMyCare.
  • ບັນດາ IP ທີ່ບໍ່ໄດ້ພັກອາໄສຢູ່ນຳ ຈະສົ່ງກະເຮັດວຽກທົດລອງຢູ່ໃນແອັບ CareAttend EVV ແລະ ໃນປະຕູເວັບໄຊ Direct DirectMyCare.

ຄໍາແນະນໍາຕ່າງໆ ກ່ຽວກັບວິທີການສົ່ງກະເຮັດວຽກທົດລອງ ແມ່ນຢູ່ບ່ອນນີ້:

ຂັ້ນຕອນການຈ້າງຂອງທ່ານຈະບໍ່ສຳເລັດ ຈົນກວ່າທ່ານຈະໄດ້ຮັບອີເມວຈາກ CDWA 
ທີ່ບອກວ່າ ໃນຂະນະນີ້ທ່ານ “ພ້ອມທີ່ຈະໃຫ້ການດູແລ” ໃນນາມເປັນພະນັກງານຂອງ 
CDWA ແລ້ວ.

ຂໍ້ມູນກ່ຽວກັບການກວດກາປະຫວັດຄວາມເປັນມາ
  • ທີມງານຮັບຜິດຊອບວຽກງານສັນຍາຂອງ DSHS ຈະສົ່ງຈົດໝາຍຫາ IP ຜູ້ທີ່ມີການກວດສອບປະຫວັດຈະໝົດອາຍຸພາຍໃນ 60 ວັນຂ້າງໜ້າ. ຖ້າທ່ານບໍ່ໄດ້ຮັບຈົດໝາຍຈາກທີມງານຮັບຜິດຊອບວຽກງານສັນຍາ, ການກວດກາປະຫວັດຄວາມເປັນມາຂອງທ່ານຍັງປົກກະຕິດີ.
  • ຖ້າທ່ານຍັງບໍ່ໄດ້ກວດກາປະຫວັດຄວາມເປັນມາໂດຍໃຊ້ລາຍນິ້ວມືຂອງທ່ານໃຫ້ສໍາເລັດເທື່ອ, ກະລຸນາກວດກາລາຍນິ້ວມືຂອງທ່ານໃຫ້ສຳເລັດ ເພື່ອຫຼີກລ້ຽງການເລີ່ມຕົ້ນຂັ້ນຕອນການກວດກາປະຫວັດຄວາມເປັນມາຄືນໃໝ່.
  • ສາມາດຊອກຫາຂໍ້ມູນກ່ຽວກັບ ການກວດກາປະຫວັດຄວາມເປັນມາເພີ່ມຕື່ມ ໄດ້ທີ່ www.ConsumerDirectWA.com/IP-Resources.
ຮຽນຮູ້ເພີ່ມຕື່ມກ່ຽວກັບ CDE.
ການສຳມະນາຂໍ້ມູນຂ່າວສານທາງເວັບ (ເປີດໃຫ້ສາທາລະນະ)
  • ການປ່ຽນແປງກຳນົດເວລາໃນການຈ່າຍເງິນເດືອນ ແລະ ຂີດຈຳກັດອາທິດການເຮັດວຽກ (WWL), ວັນພຸດ ວັນທີ 1/5/2022, ເວລາ 1 ໂມງທ່ຽງ PST
  • ການກຽມຕົວໃຫ້ພ້ອມ ສຳລັບ CDE, ວັນອັງຄານ ວັນທີ 1/11/2022, ເວລາ 3:30 ໂມງຕອນບ່າຍ PST
  • ຂະບວນການຈ້າງງານ, ວັນສຸກ, ວັນທີ 1/14/2022, ເວລາ 2:30 ໂມງຕອນບ່າຍ PST
  • ຜູ້ໃຫ້ບໍລິການເປັນພໍ່ແມ່ ແລະ ຜູ້ໃຫ້ບໍລິການພັກອາໄສຢູ່ນຳ, ວັນອັງຄານ ວັນທີ 1/18/2022, ເວລາ 6 ໂມງແລງ PST
  • ປະຕູເວັບໄຊ DirectMyCare ແລະ EVV, ວັນເສົາ ວັນທີ 1/22/2022, ເວລາ 9 ໂມງແລງ PST
  • ບຸກຄົນທີ່ຈະໂທຫາ ຖ້າມີຄຳຖາມ ຢາກຖາມ CDE, ວັນອັງຄານ, ວັນທີ 1/25/2022, ເວລາ 2 ໂມງແລງ PST
  • ຈຳນວນທີ່ເປັນຄວາມຮັບຜິດຊອບຂອງລູກຄ້າ, ວັນພະຫັດ ວັນທີ 1/27/2022, ເວລາ 1:30 ໂມງທ່ຽງ PST

ລົງທະບຽນສໍາລັບການສຳມະນາຜ່ານເວັບໄຊ ຢູ່ໃນເວັບໄຊຂອງ CDWA,  www.ConsumerDirectWA.com/Resources.
ຕິດຕໍ່ CDWA 
ອີເມວ: [email protected]
ໝາຍເລກໂທລະສັບໂທຟຼີ: 866-214-9899 
ເວັບໄຊ: www.ConsumerDirectWA.com
 
ກະລຸນາຕິດຕໍ່ພວກເຮົາ ຖ້າທ່ານມີຄຳຖາມ. ເວລາເຂົ້າການຂອງພວກເຮົາແມ່ນ:
7 ໂມງເຊົ້າ - 7 ໂມງແລງ ແຕ່ວັນຈັນ ຫາ ວັນສຸກ
8 ໂມງເຊົ້າ - 1 ໂມງແລງ ໃນມື້ວັນເສົາ
 
ດ້ວຍຄວາມນັບຖື,  
ທີມງານເຄືອຂ່າຍການດູແລຜູ້ບໍລິໂພກໂດຍກົງແຫ່ງກຸງວໍຊິງຕັນ  
ການຊ່ວຍເຫຼືອເປັນພາສາ ແລະ ຮູບແບບອື່ນໆ ຂອງ CDWA
ສຳລັບຄົນຫູໜວກ ແລະ ຫູຕືງ: 877-398-7969
ຖ້າທ່ານມີຄຳຖາມກ່ຽວກັບສະມາຊິກຂອງສະຫະພັນ, ຄ່າທຳນຽມ, ການສຶກສາຕໍ່ເນື່ອງ ຫຼື ສະຫວັດດີການຕ່າງໆ, ກະລຸນາໂທຫາ ສູນໃຫ້ຂໍ້ມູນແກ່ສະມາຊິກຂອງ SEIU 775 ທີ່ເບີ 866-371-3200.