ລົງມືເຮັດ - ໄດ້ຮັບການຈ້າງງານໃນມື້ນີ້
ຮຽນທ່ານ <IP Name>, ທີ່ຮັກແພງ, 

ມື້ນີ້ເປັນມື້ທີ່ຈະຕ້ອງລົງມືເຮັດ ແລະ ໄດ້ຮັບການຈ້າງງານຈາກເຄືອຂ່າຍການດູແລຜູ້ບໍລິໂພກໂດຍກົງແຫ່ງກຸງວໍຊິງຕັນ (CDWA)! ເລີ່ມມື້ນີ້, ມື້ວັນທີ 1 ເດືອນກັນຍາ, ທ່ານສາມາດເລີ່ມການຫັນປ່ຽນຂອງທ່ານໄ ປຍັງໂຄງການຜູ້ບໍລິໂພກເປັນຜູ້ຄວບຄຸມນາຍຈ້າງ (CDE).

ພາຍໃຕ້ CDE, ບັນດາຜູ້ໃຫ້ບໍລິການສ່ວນບຸກຄົນ (IP) ທັງໝົດ ຈະຖືກຫັນປ່ຽນຈາກການເຮັດສັນຍາກັບ DSHS ໄປເປັນການຈ້າງງານຈາກ CDWA. ບັນດາລູກຄ້າຂອງທ່ານ ຫຼື ຜູ້ຕາງໜ້າທີ່ໄດ້ຮັບອະນຸຍາດຂອງພວກເຂົາ ຈະສືບຕໍ່ເປັນຜູ້ຄຸ້ມຄອງບໍລິຫານນາຍຈ້າງຂອງ IP ຂອງຕົນ. CDWA ຈະມາເປັນນາຍຈ້າງຕາມກົດໝາຍຂອງບັນດາ IP ທັງໝົດ. ພວກເຮົາຈະຮັບຜິດຊອບໃນການວ່າຈ້າງ, ການຈ່າຍເງິນເດືອນ ແລະ ການຕິດຕາມກວດກາການໝົດອາຍຸຂອງຂໍ້ມູນປະຈຳຕົວ ເຊັ່ນ: ການກວດກາປະຫວັດຄວາມເປັນມາ ແລະ ການຝຶກອົບຮົມ. ເມື່ອ CDWA ມາເປັນນາຍຈ້າງຕາມກົດໝາຍ ຂອງທ່ານແລ້ວ, ທ່ານຍັງຈະໄດ້ຮັບຄ່າແຮງງານ, ສະຫວັດດີການ ແລະ ເງື່ອນໄຂການເຮັດວຽກອື່ນໆທີ່ໄດ້ຮັບຈາກ ຂໍ້ຕົກລົງກ່ຽວກັບສະພາບການຈ້າງງານ (CBA) ໃນປັດຈຸບັນຂອງທ່ານ, ເວັ້ນເສຍແຕ່ CDWA ແລະ SEIU 775 ຈະມີການປ່ຽນແປງການຕໍ່ລອງລາຄາ.
ລູກຄ້າທີ່ທ່ານຄອຍໃຫ້ບໍລິການ ໄດ້ຖືກເລືອກໃຫ້ເຂົ້າຮ່ວມໃນການທົດລອງ.   
  • ໃນຖານະເປັນສ່ວນໜຶ່ງຂອງການທົດລອງ, ທ່ານ ແລະ ລູກຄ້າຂອງທ່ານຈະມີໂອກາດໃນການໃຫ້ຄຳຕຳໜິຕິຊົມ ກ່ຽວກັບສິ່ງທີ່ພວກທ່ານໄດ້ປະສົບພົບພໍ້. 
  • ທ່ານອາດຈະຮູ້ຈັກບຸກຄົນອື່ນທີ່ໄດ້ຮັບ ຫຼື ໃຫ້ການບໍລິການເບິ່ງແຍງດູແລ ແຕ່ຈະບໍ່ຖືກລວມເຂົ້າໃນກຸ່ມທົດລອງ. ພວກເຂົາຈະຖືກຫັນປ່ຽນໃນເວລາຕໍ່ມາ.
ໄດ້ຮັບການຈ້າງງານ.
ເພື່ອເລີ່ມຕົ້ນຂະບວນການ, ໃຫ້ປະຕິບັດຕາມບັນດາບາດກ້າວລຸ່ມນີ້.
 
CDWA ໄດ້ສ້າງບັນຊີປະຕູເວັບໄຊ DirectMyCare ໃຫ້ແກ່ທ່ານ ໂດຍໃຊ້ທີ່ຢູ່ອີເມວ ທີ່ທ່ານໄດ້ຮັບຂໍ້ຄວາມນີ້. ເຊິ່ງໄດ້ມີການຕັ້ງລະຫັດຜ່ານຊົ່ວຄາວໃຫ້ແກ່ທ່ານ. ທ່ານຈະຕ້ອງໄດ້ປ່ຽນລະຫັດຜ່ານນີ້.
 
ສາມາດຊອກຫາຄໍາແນະນໍາຕ່າງໆ ທີ່ເປັນປະໂຫຍດໄດ້ທີ່ www.ConsumerDirectWA.com/Resources.

ບາດກ້າວທີ 1 – ເຂົ້າໄປຍັງປະຕູເວັບໄຊ DirectMyCare
  • ກົດບ່ອນນີ້ ເພື່ອເລືອກລະຫັດຜ່ານ ສຳລັບປະຕູເວັບໄຊ DirectMyCare
  • ທ່ານຈະເຫັນໜ້າຈໍ “ກັບຄືນໄປຍັງບັນຊີຂອງທ່ານ” ທີ່ມີໂລໂກ້ CDWA ຢູ່ທາງເທິງ. ປະຕິບັດຕາມຄໍາແນະນໍາ.
  • ທ່ານຈະເຫັນໜ້າຈໍ “ການຢັ້ງຢືນ ບາດກ້າວທີ 1”. ປະຕິບັດຕາມຄໍາແນະນໍາ.
  • ທ່ານຈະໄດ້ຮັບອີເມວແຍກຕ່າງຫາກຈາກ Microsoft ໃນນາມຂອງ B2C CDMS AAD. ເປີດອີເມວນີ້. ອີເມວນີ້ຈະມີລະຫັດຢືນຢັນຂອງທ່ານ. ຖ້າທ່ານບໍ່ໄດ້ຮັບອີເມວ, ກະລຸນາກວດເບິ່ງໂຟລ໌ເດີສະແປມຂອງທ່ານ.
  • ປ້ອນລະຫັດຢືນຢັນໃສ່ໜ້າຈໍ “ການຢັ້ງຢືນ ບາດກ້າວທີ 1”.
  • ລະບົບຈະບອກໃຫ້ທ່ານເລືອກລະຫັດຜ່ານໃໝ່.
  • ຫຼັງຈາກເລືອກລະຫັດຜ່ານໃໝ່ແລ້ວ, ທ່ານຈະໄດ້ຮັບອີເມວອີກສະບັບໜຶ່ງ ເພື່ອຢືນຢັນການປ່ຽນລະຫັດຜ່ານຂອງທ່ານ.
  • ທ່ານສາມາດລົງຊື່ເຂົ້າສູ່ປະຕູເວັບໄຊ DirectMyCare ໄດ້ແລ້ວ.
ບາດກ້າວທີ 2 – ຕອບຄຳຖາມໃນປະຕູເວັບໄຊ DirectMyCare ໃຫ້ສຳເລັດ
  • ເລືອກຕອບຄໍາຖາມໃຫ້ສຳເລັດ
ບາດກ້າວທີ 3 – ປະກອບເອກະສານຕ່າງໆ ໃນການຈ້າງງານຂອງທ່ານໃຫ້ຄົບຖ້ວນ
  • ທ່ານຈະຕ້ອງມີ:
  • ບັນຊີທະນາຄານ ແລະ ໝາຍເລກເສັ້ນທາງຂອງທ່ານ, ຖ້າທ່ານເລືອກການຝາກເງິນເຂົ້າບັນຊີໂດຍກົງ ຫຼື ບັນຊີ ແລະ ໝາຍເລກເສັ້ນທາງ Wisely ຂອງທ່ານ, ຖ້າທ່ານມີບັດ Wisely ຢູ່ແລ້ວ ແລະ ຕ້ອງການຮັກສາມັນໄວ້
  • ໃບຂັບຂີ່ໃນປັດຈຸບັນຂອງທ່ານ ແລະ ຫຼັກຖານຢັ້ງຢືນການປະກັນໄພ, ຖ້າທ່ານຈະຂັບລົດໃຫ້ແກ່ລູກຄ້າຂອງທ່ານ
  • ຫຼັກຖານຢັ້ງຢືນຄວາມສາມາດທາງດ້ານກົດໝາຍທີ່ຈະເຮັດວຽກຢູ່ໃນສະຫະລັດອາເມລິກາ ແລະ ບຸກຄົນທີ່ຖືກ ລະບຸຕົວໃຫ້ຢືນຢັນຕາມແບບຟອມ I-9
ບາດກ້າວທີ 4 – ການປະຖົມນິເທດກ່ຽວກັບການຈ້າງງານຂອງ CDWA
  • ຜ່ານການປະຖົມນິເທດການຈ້າງງານທີ່ໄດ້ເສຍຄ່າຂອງ CDWA (ປະມານສອງຊົ່ວໂມງ)
ຮຽນຮູ້ເພີ່ມຕື່ມກ່ຽວກັບ CDE.
ການສຳມະນາຂໍ້ມູນຂ່າວສານທາງເວັບ (ເປີດໃຫ້ສາທາລະນະ)
ການສະໜັບສະໜູນທົດລອງ (ເປີດໃຫ້ບັນດາລູກຄ້າ ແລະ IP ທີ່ເຂົ້າຮ່ວມການທົດລອງ)
  • CDE ທົດລອງ: ຄຳຖາມ ແລະ ການຊ່ວຍເຫຼືອແບບສົດໆ (ມີບ່ອນນັ່ງຈຳກັດ), ມີຫຼາຍຊ່ວງເວລາໃຫ້ເລືອກ
ລົງທະບຽນສໍາລັບການສຳມະນາຜ່ານເວັບໄຊ ແລະ ກອງປະຊຸມສະໜັບສະໜູນທົດລອງຢູ່ໃນເວັບໄຊ CDWA, www.ConsumerDirectWA.com/Resources.
ຕິດຕໍ່ CDWA 
ອີເມວ: [email protected]
ໝາຍເລກໂທລະສັບໂທຟຼີ: 866-214-9899
ເວັບໄຊ: www.ConsumerDirectWA.com

ພວກເຮົາຈະຕິດຕໍ່ຫາທ່ານທາງໂທລະສັບ ເພື່ອຕິດຕາມຈົດໝາຍສະບັບນີ້. ກະລຸນາຕິດຕໍ່ພວກເຮົາທາງໂທລະສັບ ຫຼື ອີເມວ ຖ້າທ່ານມີຄຳຖາມ.

ດ້ວຍຄວາມນັບຖື,  
ທີມງານເຄືອຂ່າຍການດູແລຜູ້ບໍລິໂພກໂດຍກົງແຫ່ງກຸງວໍຊິງຕັນ  
ການຊ່ວຍເຫຼືອເປັນພາສາ ແລະ ຮູບແບບອື່ນໆ ຂອງ CDWA 
ສຳລັບຄົນຫູໜວກ ແລະ ມີຄວາມບົກພ່ອງທາງຫູ: 877-398-7969 
ຖ້າທ່ານມີຄຳຖາມກ່ຽວກັບສະມາຊິກຂອງສະຫະພັນ, ຄ່າທຳນຽມ, ການສຶກສາຕໍ່ເນື່ອງ ຫຼື ສະຫວັດດີການຕ່າງໆ, ກະລຸນາໂທຫາ ສູນໃຫ້ຂໍ້ມູນແກ່ສະມາຊິກຂອງ SEIU 775 ທີ່ເບີ 866-371-3200.